ຄໍາແນະນໍາການຕັ້ງຊື່ເພຈ Facebook

ສຳເນົາລິ້ງ
ຊື່ຂອງເພຈຕ້ອງສະທ້ອນເຖິງເພຈຢ່າງຖືກຕ້ອງ ແລະ ປະຕິບັດຕາມຄຳແນະນຳການຕັ້ງຊື່ຂອງພວກເຮົາ. ຢ່າລືມວ່າມີພຽງຜູ້ຕາງໜ້າທີ່ໄດ້ຮັບອະນຸຍາດເທົ່ານັັ້ນຈຶ່ງສາມາດຈັດການເພຈທີ່ກ່ຽວກັບຍີ່ຫໍ້, ສະຖານທີ່, ອົງກອນ ຫຼື ບຸກຄົນສາທາລະນະໄດ້.

ແນວທາງປະຕິບັດທີ່ດີທີ່ສຸດໃນການຕັ້ງຊື່ເພຈ

ຄວນຕັ້ງຊື່ເພຈທີ່ມີຄວາມລຽບງ່າຍ, ຊັດເຈນ ແລະ ຖືກຕ້ອງຕາມຫຼັກໄວຍາກອນ ເພື່ອສະທ້ອນເຖິງຈຸດປະສົງຂອງເພຈນັ້ນຢ່າງຊັດເຈນ. ຕົວຢ່າງເຊັ່ນ: Hungry Bear Coffee, Allstar Locksmith ຫຼື Caring Hearts Daycare.

ຊື່ເພຈບໍ່ສາມາດມີ

  • ຄຳເວົ້າ ຫຼື ປະໂຫຍກທີ່ອາດເປັນການທາລຸນ ຫຼື ລະເມີດສິດຂອງບາງຄົນ.
  • ຄຳວ່າ "ເປັນທາງການ" ຖ້າເພຈບໍ່ແມ່ນເພຈທາງການຂອງຍີ່ຫໍ້, ສະຖານທີ່, ອົງກອນ ຫຼື ບຸກຄົນສາທາລະນະ.
  • ຕົວພິມໃຫຍ່ແບບບໍ່ເໝາະສົມ (ຕົວຢ່າງ: tHe best CaFE). ຊື່ເພຈຕ້ອງໃຊ້ຕົວພິມໃຫຍ່ໃນຫຼັກໄວຍາກອນໃຫ້ຖືກຕ້ອງ ແລະ ອາດບໍ່ມີ ອັກສອນທີ່ເປັນພິມໃຫຍ່ທັງໝົດ ຍົກເວັ້ນຕົວຫຍໍ້.
  • ສັນຍາລັກ​ (ຕົວຢ່າງ: ® ) ຫຼື ເຄື່ອງໝາຍວັກຕອນທີ່ບໍ່ຈຳເປັນ.
  • ຄຳອະທິບາຍ ຫຼື ສະໂລແກນ (ເຊັ່ນ: ກາເຟ່ທີ່ດີທີ່ສຸດ - ພວກເຮົານໍາສະເໜີກາເຟທີ່ດີທີສຸດໃນເມືອງ). ຜູ້ທີ່ຈັດການເພຈສາມາດ ເພີ່ມຂໍ້ມູນນີ້ເຂົ້າໃນສ່ວນທີ່ກ່ຽວຂ້ອງກັບເພຈໄດ້.
  • ຮູບແບບໃດໜຶ່ງຂອງຊື່ "Facebook" (ໂດຍອີງໃສ່ ຜະລິດຕະພັນ), "Meta" (ໂດຍອີງໃສ່ ບໍລິສັດ) ຫຼື ຜະລິດຕະພັນໃດໜຶ່ງຂອງບໍລິສັດ Meta.
  • ຊື່ເພຈບໍ່ສາມາດປະກອບດ້ວຍ

    • ຄຳດ່ຽວ, ຄຳທົ່ວໄປ (ຕົວຢ່າງ: ພິດຊ້າ). ເພຈຕ້ອງໄດ້ຮັບການຈັດການໂດຍຕົວແທນຢ່າງເປັນທາງການຂອງຫົວຂໍ້ທີ່ກ່ຽວຂ້ອງກັບພວກເຂົາ, ສະນັ້ນຫຼີກເວັ້ນຊື່ເພຈໃດໜຶ່ງທີ່ຍາວເກີນໄປ.
    • ຈຸດທີ່ຕັ້ງທາງພູມສາດທົ່ວໄປ (ເຊັ່ນ: ນິວຢອກ). ແນວໃດກໍຕາມ, ທ່ານສາມາດສ້າງຊື່ເພຈສຳລັບອົງກອນທີ່ສະແດງຈຸດທີ່ຕັ້ງທາງພູສາດ. ຕົວຢ່າງ: "ນະຄອນນີວຢອກ – ສຳນັກງານທ່ານເຈົ້າຄອງ" ແລະ "Queen Elizabeth II of Great Britain" ແມ່ນບັນດາຊື່ເພຈທີ່ຖືກຍອມຮັບໄດ້. ທ່ານອາດຈະຍັງສາມາດໃຊ້ຊື່ເພຈທີ່ແຕກຕ່າງຈາກຊື່ຂອງອົງກອນໄດ້ອີກດ້ວຍ ຕາບໃດທີ່ຊື່ນັ້ນສະທ້ອນເຖິງເນື້ອຫາຂອງເພຈໄດ້ຢ່າງຖືກຕ້ອງ (ຕົວຢ່າງ: "Tourism Ireland" ສາມາດມີເພຈຊື່ວ່າ "Discover Ireland" ໄດ້).

    ແມ່ນ
    ບໍ່

    Other ways to get help

    Chat with Meta AI support assistant
    Resolve issues, make changes and get support in real time